Enrolment options

ວິຊາການແປຄວາມໝາຍຈາກແຜນທີ່ ແລະ ພາບຖ່າຍທາງອາກາດ (Map Interpretation and Aerial Photo Reading) ເປັນວິຊາທາງດ້ານເຕັກນິກໜຶ່ງທີ່ບັນຈຸຢູ່ໃນຫຼັກສູດພູມີສາດ ແລະ ພູມີສາລະສົນເທດພູມີສາດ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ. ເພື່ອຕ້ອງການໃຫ້ນັກສຶກສາ ແລະ ຜູ້ສົນໃຈໄດ້ນຳໃຊ້ແຜນທີ່ໃຫ້ເປັນ ແລະ ຖືກຕ້ອງ ໂດຍມີຄວາມຮູ້, ທັກສະ ແລະ ຄວາມສາມາດການແປຄວາມໝາຍຈາກແຜນທີ່ ແລະ ພາບຖ່າຍທາງອາກາດ ເຊິ່ງຈະເປັນພື້ນຖານ ແລະ ແນວທາງການຮຽນດ້ານເຕັກນິກທາງພູມີສາດ ເຊັ່ນ: ແຜນທີ່ ແລະ ລະບົບສາລະສົນເທດທາງພູມສາດ (GIS: Geographic Information Systems), ການສຳຫຼວດໄລຍະໄກ ຫຼື ໂທລະສຳຜັດ (Remote Sensing) ລະດັບສູງໃນຂັ້ນຕໍ່ໄປ.

ເນື້ອໃນສຳຄັນໃນປື້ມເຫຼັ້ມນີ້ ແບ່ງອອກເປັນ 2 ພາກຄື: ພາກທີ 1 ຫຼັກການແປຄວາມໝາຍຈາກແຜນທີ (Map Interpretation) ປະກອບດ້ວຍ: 1) ຄວາມເຂົ້າໃຈກ່ຽວກັບການອ່ານແຜນທີ່, 2) ທຳຄວາມເຂົ້າໃຈກ່ຽວກັບຮູບຮ່າງລັກສະນະຂອງໜ່ວຍໂລກ, 3) ອົງປະກອບຂອງແຜນທີ່, 4) ມາດຕາສ່ວນ ແລະ ການຫຍໍ້-ຂະຫຍາຍແຜນທີ່, 5) ​ທິດທາງ ແລະ ຕຳແໜ່ງໃນແຜນທີ່, 6) ລັກສະນະພູມີທັດທາງກາຍະພາບ ແລະ ພູມີທັດມະນຸດສ້າງຂື້ນໃນແຜນທີ່, 7) ການຄຳນວນພື້ນທີ່ເທິງແຜນທີ່, 8) ການອ່ານເຄື່ອງໝາຍຂອງແຜນທີ່, 9) ພື້ນຖານການອ່ານແຜນທີ່ຊະນິດຕ່າງໆ ແລະ 10) ການຜະລິດແຜນທີ່; ພາກທີ 2 ການອ່ານພາບຖ່າຍທາງອາກາດ (Aerial Photo Reading) ປະກອບດ້ວຍ: 1) ການອ່ານພາບຖ່າຍທາງອາກາດ, 2) ປະຫວັດຄວາມເປັນມາຂອງພາບຖ່າຍທາງອາກາດ, 3) ກ້ອງຖ່າຍພາບ ແລະ ລັກສະນະພາບຖ່າຍທາງອາກາດ, 4) ການ​ວາງ​ແຜນ​ກ່ຽວ​ກັບ​ການບິນ​ຖ່າຍ, 5) ການອ່ານ ແລະ ແປພາບຖ່າຍທາງອາກາດ ແລະ 6) ການ​ສ້າງ​ແຜນທີ່​ຈາກ​ພາບ​ຖ່າຍ​ທາງ​ອາກາດ.

Guests cannot access this course. Please log in.