ຈຸດປະສົງຂອງວິຊານີ້ແມ່ນເພື່ອໃຫ້ນັກສຶກສາເຂົ້າໃຈຄວາມເປັນມາຂອງການທ່ອງທ່ຽວ, ປະເພດ ແລະ ຮູບແບບຂອງການທ່ອງທ່ຽວ ເປັນຕັ້ນແມ່ນການທ່ອງທ່ຽວທາງວັດທະນະທຳ, ການທ່ອງທ່ຽວແບບອະນຸລັກ. ນອກຈາກນີ້ ຍັງເພື່ອໃຫ້ນັກສຶກສາເຂົ້າໃຈຫລັກການພັດທະນາການທ່ອງທ່ຽວ, ປັດໄຈທີ່ກ່ຽວຂ້ອງກັບການພັດທະນາການທ່ອງທ່ຽວ ເປັນຕົ້ນແມ່ນຈິດຕະສາດ ແລະ ພຶດຕິກຳນັກທ່ອງທ່ຽວ, ພາບລັກ-ຈຸດເດັ່ນ ແລະ ຄວາມຫນ້າດຶງດູດໃຈຂອງແຫລ່ງທ່ອງທ່ຽວ, ການເຂົ້າເຖິງແຫລ່ງທ່ອງທ່ຽວ, ການບໍລິການ ແລະ ຄວາມປອດໄພທີ່ກ່ຽວຂ້ອງກັບການທ່ອງທ່ຽວ
- ຄູສອນ: ພອນສະຫວັນ ສຸທິຈັກ