
ເນື້ອໃນຫຍໍ້: ນໍ້າມີບົດບາດສຳຄັນຕໍ່ກັບການດຳລົງຊີວິດຂອງມະນຸດ ແລະ ຍັງຖືກນຳໃຊ້ປະໂຫຍດເຂົ້າໃນຂະບວນການ ທາງກະສິກຳ-ອຸດສະຫະກຳຕ່າງໆຢ່າງຫຼວງຫຼາຍ. ດັ່ງນັ້ນ, ໃນປະຈຸບັນຈຶ່ງໄດ້ມີການປົນເປື້ອນຂອງທາດເຄມີ ທີ່ເປັນອັນຕະລາຍຫຼາຍຊະນິດອອກສູ່ສິ່ງແວດລ້ອມນັບມື້ສູງຂຶ້ນ ເຊິ່ງໃນນັ້ນກໍໄດ້ສົ່ງຜົນກະທົບຕໍ່ກັບຄຸນະພາບ ຂອງແຫຼ່ງນໍ້າຕ່າງໆທີ່ມະນຸດເຮົາຊົມໃຊ້ ເຊັ່ນ: ນໍ້າໜ້າດິນ, ນໍ້າໃຕ້ດິນ ເປັນຕົ້ນ. ສະນັ້ນ, ຈຸດປະສົງຂອງວິຊານີ້ກໍເພື່ອ ເຮັດໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບຕົວຊີ້ວັດຕ່າງໆຂອງຄຸນະພາບນໍ້າ, ຫຼັກການໃນການຕັ້ງຈຸດເກັບ ແລະ ວິທີເກັບຕົວຢ່າງນໍ້າ, ຫຼັກການຄວາມປອດໄພໃນການນຳໃຊ້ຫ້ອງທົດລອງ ແລະ ການປະຕິບັດຕົວຈິງໃນການວິເຄາະ ຄຸນະພາບນໍ້າ, ຫຼັກການຮັບປະກັນຜົນໄດ້ຮັບຈາກການວິໄຈ; ໂດຍນັກສຶກສາຈະສາມາດນຳໄປໃຊ້ໃນວຽກງານຕົວຈິງ ເພື່ອການວິເຄາະຄຸນະພາບນໍ້າ ທັງທາງດ້ານຄຸນະພາບ ແລະ ທາງດ້ານປະລິມານ.
- Teacher: ເພັດດາລາ ອຸດອນ ເພັດດາລາ ອຸດອນ