ວິຊານີ້ຮຽນຮູ້ກ່ຽວກັບຄວາມໝາຍ ແລະ ຄວາມສໍາຄັນຂອງການໃຊ້ມະນຸດສໍາພັນເຂົ້າໃນການດຳລົງຊິີວິດ, ມາລາຍາດທາງສັງຄົມ, ທັກສະໃນການເວົ້າ ແລະ ການວາງຕົວ, ວິທີການສ້າງມະນຸດສຳພັນກັບກຸ່ມຄົນຕ່າງໆ. ນອກນີ້, ຍັງຮຽນຮູ້ວິທີການປັບປຸງຕົນເອງໃຫ້ເຂົ້າກັບຜູ້ອື່ນ, ການວາງຕົວໃຫ້ຖືກກັບກາລະ-ເທສະ ແລະ ບຸກຄົນ ລວມທັງມະນຸດສຳພັນກັບການພົວພັນໃນສັງຄົມ ແລະ ການບໍລິການອື່ນໆ.