ວິຊານີ້ສຶກສາກ່ຽວກັບຫຼັກການຂອງວິສະວະກໍາຊີວະເຄມີ ຂອງຂະບວນການທີ່ໃຊ້ຈຸລັງ ແລະ ເອັນໄຊມ໌ໃນອຸດສາຫະກໍາ, ກົນລະສາດ ຂອງປະຕິກິລິຍາເລັ່ງໂດຍເອັນໄຊມ໌, ການແຍກ ແລະ ການໃຊ້ປະໂຫຍດຂອງເອັນໄຊມ໌, ວິທີທາງເມຕາບໍລິຊຶມ ແລະ ພະລັງງານ, ໄດນາມິກຂອງປະຕິກິລິຍາເລັ່ງໂດຍຈຸລິນຊີ. ປະກົດການການຖ່າຍເທໃນລະບົບການໝັກ, ການອອກແບບ ແລະ ການວິເຄາະເຄື່ອງປະຕິກອນຊີວະພາບ, ການໝັກເຊື້ອສະເພາະ ແລະ ຂະບວນການຕໍ່ເນື່ອງຈາກຂະບວນການໝັກ.