ການຜະລິດໄມ້ປະກອບ ເປັນການອະນຸລັກຊັບພະຍາກອນປ່າໄມ້ອີກແບບໜຶ່ງ ເພາະສາມາດນຳໃຊ້ທຸກພາກສ່ວນຂອງຕົ້ນໄມ້ ລວມໄປເຖິງເສດໄມ້ຈາກໂຮງງານເລື່ອຍໄມ້ແປຮູບ ລວມທັງວັດສະພືດຕ່າງໆກໍ່ສາມາດນຳມາຜະລິດເປັນແຜ່ນໄມ້ທົດແທນໄມ້ຈິງໄດ້ ເຊິງນຳໄປສູ່ການຫຼຸດປະລິມານການນຳໃຊ້ໄມ້ຈິງຫຼາຍຂຶ້ນ. ໄມ້ປະກອບທີ່ຜະລິດນັ້ນມີຄຸນສົມບັດໃກ້ຄຽງກັບໄມ້ຈິງ ເຊິ່ງບາງຄັ້ງມີຄຸນສົມບັດບາງຢ່າງດີກ່ວາໄມ້ຈິງ ເຊັ່ນ: ທົນທານຕໍ່ຄວາມຊຸ່ມຊື່ນ, ທົນຕໍ່ສະພາບແວດລ້ອມ, ບໍ່ເປັນອາຫານຂອງພວກບວກ ແລະ ແມງໄມ້, ມີລາຄາຖືກກ່ວາໄມ້ຈິງເມື່ອທຽບກັບປະລິມານ, ສາມາດຂະຫຍາຍຂະໜາດຄວາມໃຫຍ່ຂອງແຜ່ນໄມ້ໄດ້ຕາມຄວາມຕ້ອງການ ແລະ ສາມາດຜະລິດເປັນຜະລິດຕະພັນໄດ້ຫຼາຍກ່ວາໄມ້ຈິງ.
- Teacher: ສີທັດຖະ ບຸບຜາ