ວິຊານີ້ຮຽນກ່ຽວກັບໂຄງສ້າງແລະຄຸນສົມບັດຂອງທຣານຊິດເຕີ້ສະໜາມໄຟຟ້າ (ເຈເຟດ, ມອດສະເຟດ), ຫລັກການທຳງານຂອງທຣານຊິດເຕີ້ສະ ໜາມໄຟຟ້າ (ເຈເຟດ, ມອດສະເຟດ), ແລະຄຸນສົມບັດກະແສ ແລະ ແຮງໄຟ, ວົງຈອນໄບແອັດໄຟດີຊີຂອງທຣານຊິດເຕີ້ສະໜາມໄຟຟ້າ (ເຈເຟດ, ມອດສະເຟດ), ການວິເຄາະວົງຈອນຂະຫຍາຍຂະໜາດນ້ອຍຂອງທຣານຊິດເຕີ້ສະໜາມໄຟຟ້າແບບຕ່າງໆ , ຄຸນສົມບັດອ໋ອບແອມ, ການອອກແບບວົງຈອນດ້ວຍອ໋ອບແອັມ (ການປ້ອນກັບແບບລົບ ແລະ ແບບບວກ), ວົງຈອນກອງແບແອກທີບ (Active Filter), ຫຼັກການຂອງພັ້ນ (Pulse Fundamental), ວົງຈອນອາຣ໌ຊີ (RC Circuit), ການປະຍຸກໃຊ້ໄບໂພລາທຣານຊິດເຕີ້ ແລະ IC#555 ສຳລັບວົງຈອນສະວິດແບບຕ່າງໆ ເຊັ່ນ: ອະສະເຕເບິ້ນ, ໂມໂນສະເຕເບິ້ນເປັນຕົ້ນ.